Thursday, August 26, 2010

ເຮັດໃຫ້ NOKIA 5800 xpressmusic ອ່ານພາສາລາວໄດ້

ໃຜທີ່ມີບັນຫາກັບ NOKIA 5800 xpressmusic ທີ່ບໍ່ສາມາດອ່ານພາສາລາວໄດ້ ມື້ນີເຮົາມີວິທີໃຫ້ທ່ານນຳໄປໃຊ້ກັບ NOKIA 5800 xpressmusic ຂອງທ່ານໃຫ້ອ່ານພາສາລາວໄດ້ເເບບງ່າຍໆບໍ່ຕ້ອງເຮັດຫຍັງຫລາຍພຽງເເຕ່ກ໊ອບປີ້ເເລ້ວວາງພຽງເທົ່ານີ້ NOKIA 5800 xpressmusic ຂອງທ່ານກໍ່ສາມາດອ່ານພາສາລາວໄດ້ເເລ້ວ ມາເບິງວິທີ່ການເຮັດກັນເລີຍ.

  1. ກ່ອນອື່ນກໍ່ດາວໂຫລດຟ່ອນກ່ອນ ດາວໂຫລດທີ່ນີ້ ຫລັງຈາກດາວໂຫລດມາເເລ້ວກໍ່ເເຕກໄຟລ໌ອອກ,
  2. ເເລ້ວຫລັງຈາກນັ້ນກໍ່ຕໍ່ສາຍ USB ຫລືຈະຖອດ Memory ອອກມາກໍ່ໄດ້ ເເລ້ວຕໍ່ເຂົ້າກັບຄອມພິວເຕີ່ຂອງທ່ານ
  3. ຫລັງຈາກນັ້ນກໍ່ໃຫ້ເຂົ້າໄປຫາ Memory ຂອງທ່ານ ເເລ້ວຊອກຫາ Folder ທີ່ຊື່ວ່າ resource ເເລ້ວກໍ່ເຂົ້າໄປຫາ Folder ທີ່ຊື່ວ່າ Fonts ຖ້າບໍ່ມີໃຫ້ສ້າງຂຶ້ນໃຫມ່ ເເລ້ວໃສ່ຊື່ວ່າ Fonts
  4. ຫລັງຈາກນັ້ນນັ້ນນຳຟອນທີ່ຢູ່ໃນ Folder “Font lao for 5800 xpressmusic ” ທີ່ທ່ານໄດ້ດາວໂຫລດມານັ້ນ ໄປໃສ່ໃນ E:\resource\Fonts ໃນ Memory ຂອງທ່ານ
  5. ຫລັງຈາກສຳເລັດເເລ້ວກໍຈັດການ ປິດເຄື່ອງເເລ້ວເປີດໃຫມ່ ຫລັງຈາກນັ້ນກໍ່ລອງເຂົ້າເວັບ ຫລື ອັນໃດກໍ່ໄດ້ທີ່ເປັນພາສາລາວ

DOWNLOAD: font lao for Nokia 5800 xpressmusic ຫລື ສຳຮອງ ທີ່ນີ້ http://www.mediafire.com/?1stxhnhll2ylhrw

ພຽງເທົ່ານີ້ທ່ານກໍ່ຈະສາມາດອ່ານພາສາລາວ ເເລະສາມາດອ່ານຂ່າວສານຈາກເວັບພວກເຮົາເເລະເວັບຂອງລາວອື່ນໆໄດ້ເເລ້ວ ຂອງໂທລະສັບລຸ້ນອື່ນໆເອົາໄວ້ມື້ຫນ້າສິມາບອກອີກໃຫ້ອີກ. ຖ້າໃຜມີຂໍ້ຂ້ອງໃຈກໍ່ສາມາດ ສະເເດງຄວາມຄິດເຫັນຂ້າງລຸ່ມນີ້ໄດ້ເນາະ. ເເລະຍັງມີຮູບມາໃຫ້ເບິງອີກດ້ວຍວ່າໄດ້ຜົນສ່ຳໃດ.

Wednesday, August 25, 2010

NoteBook ຖືກລັກຫລືເສຍ ຫາຄືນໄດ້ຫາກທ່ານໃຊ້ໂປຼເເກຼມ Prey

ພໍ​ດີ​ໄປ​ເຈີ​ບໍລິການ​ຟຼີ​ຕົວ​​ຊື່​ວ່າ Prey … ຊຶ່ງ​ເປັນ​ຜົນ​ງານ​ຂອງ​ທາງ Fork Ltd. ຊຶ່ງ​ເປັນ​ບໍລິສັດ​ທີ່​ຢູ່ໃນ Hong Kong ເທົ່າ​ທີ່​ເບິ່ງ​ກໍ​ມີ​ຜົນ​ງານ​ດ້ານ Internet ອີກ​ຫລາຍ​ຢ່າງ​ນຳກັນ ແຕ່​ຕົວ​ທີ່​ເດັດ​ສຸດ​ກໍ​ຄົງ​ບໍ່​ພົ້ນ Prey ຊຶ່ງ​ໄດ້ຮັບ​ເລືອກ​ເປັນ 1 ໃນ 25 Project ສຸດ​ຍອດ ຈາກ​ງານ The Next Web 2010 ທີ່ Amsterdam ດ້ວຍ ຢ່າງ​ນ້ອຍ​ກໍ​ໜ້າ​ເຊື່ອ​ຖື​ໄດ້ລະ​ວະ

ຂັ້ນ​ຕອນ​ການ​ຕິດ​ຕັ້ງ


  • ທຳອິດກໍ​ໄປ​ດາວໂຫລດ ໂປຼ​ແກຼມ Prey ມາ​ຕິດ​ຕັ້ງ​ກັນ​ກ່ອນ ຕົວ​ໂປຼແກຼມ​ຮອງ​ຮັບ​ຫລາຍ OS ເຊັ່ນ Windows ຕັ້ງ​ແຕ່ XP/Vista/7 ແລະ​ມີ​ຂອງ Mac OS ກັບ Linux ດ້ວຍ

  • ເມື່ອ​ດາວໂຫລດ​ໂປຼ​ແກຼມ​ມາ​ແລ້ວ​ກໍ​ເຂົ້າ​ສູ່​ຂັ້ນ ຕອນ​ການ Config ຫົວຂໍ້​ຕ່າງ ໆ​ໂດຍ​ເລີ່ມ​ຈາກ​ລະບົບ Report

  • ຫລັງຈາກນັ້ນກໍ​ເລືອກ Prey + Control Panel ໄປ​ເລີຍ​ຕາມ​ທີ່​ກະເຈົ້າເລືອກ​ໃຫ້​ຫັນເເລະ

  • ຈາກ​ນັ້ນ ກໍ​ສ້າງ Account ທີ່​ໃຊ້​ໃນ Prey ໂດຍ​ທີ່​ຖ້າ​ເຮົາ​ເປັນ User ໃໝ່​ກໍ​ເລືອກ New User

  • ກອກລາຍ​ລະອຽດ​ໃຫ້​ຮຽບຮ້ອຍ ຂັ້ນ​ຕອນ​ນີ້​ທາງ Prey ຈະ​ສົ່ງ Email ຢືນຢັນ​ການສ້າງ Account ໃໝ່​ມາ​ທີ່ Email ເຮົາ​ດ້ວຍ(ກະລຸນາໃຊ້ອິເມວຈິງຂອງເຮົາ)

  • ຈາກ​ນັ້ນ​ກໍ Login ເຂົ້າ​ລະບົບ​ໄປ​ເລີຍ​ຈະ​ພົບ​ເຄື່ອງ​ຂອງ​ເຮົາ ຢູ່ໃນ​ລະບົບ​ຮຽບຮ້ອຍ​ແລ້ວ

ຈາກ​ນັ້ນ​ກໍ​ເຂົ້າ​ມາ​ປັບ​ແຕ່ງ​ຕົວ Prey ຊຶ່ງ​ປັບ​ໄດ້​ຄ່ອນ​ຂ້າງ​ຫລາຍຢ່າງ ທີ່​ທາງເຮົາ​ແນະ​ນຳ​ໃຫ້ On ໄວ້​ກໍ​ມີ

  1. Delay Between Execution ໃຫ້​ລຸດ​ເຫລືອ 5 ນາ​ທີ​ກະພໍ
  2. Report Module ໃຫ້​ເລືອກ Network ກັບ Trace Route ເປັນ On , Session ໃຫ້ເປັນ On , Screenshot ເປັນ On , Get Active Connection ເປັນ On
  3. Web Cam ກັບ Geo ກໍ​ເປັນ On
  4. ບ່ອນ​ຫົວຂໍ້ Alarm ນີ້​ແລ້ວ​ແຕ່​ຈະ set ເດີ່ ຖ້າ​ບໍ່​ຢາກ​ເຮັດໃຫ້ໂຈນມັນຕື່ນຫລືຮູ້ໂຕກ່ອນ ກໍ​ປິດ​ໄວ້​ດີກວ່າ ເພາະ​ມັນ​ຈະ​ສົ່ງ​ສຽງ​ທີ່​ດັ່ງ​ຫລາຍ​ໆ ເພື່ອ​ບອກວ່າ​ເຄື່ອງ​ຢູ່​ໃສ ແຕ່​ລຳ​ໂພງ​ຄອມ​ມັນ​ກໍ​ບໍ່​ໄດ້​ດັ່ງ​ຫຍັງ​ຫລາຍ​ເເມ່ນບໍ່, ສ່ວນ Alert ກໍ​ຄື​ການ​ປ່ຽນ Wallpaper ບອກ​ຄົນ​ຮ້າຍ​ວ່າ​ເຄື່ອງ​ນີ້​ຖືກ​ລັກ​ມາ

ຈາກ​ນັ້ນ​ກົດ Save ຫລື Update

ບາດນີ້ມາທົດລອງ​ເຮັດ​ເຄື່ອງ​ເສຍເບິ່ງ​, ​ໄດ້​ດ້ວຍ​ການ​ເລືອກ ຫົວຂໍ້ Missing ໃຫ້ເປັນ On ແລ້ວ​ກົດ Save ອີກ​ເທື່ອ ຊຶ່ງ​ລໍຖ້າປະ​ມານ 5 ນາ​ທີ ຕາມ​ເວລາ​ທີ່​ເຮົາ Set ໃນ Report ມັນ​ຈະ​ບອກ​ມາ​ເລີຍ​ວ່າ​ເຄື່ອງ​ເຮົາ​ຢູ່​ບ່ອນໃດ​ດ້ວຍ Google Map , ຖ້າ​ມີ WebCam ກໍ​ຈະ​ຖ່າຍ​ມາ​ດ້ວຍ​ເຜື່ອ​ຕິດ​ໜ້າ​ໂຈນ​ມາ ແລະ​ຈະ Capture Screenshot ມາ​ດ້ວຍ​ຈະ​ໄດ້​ຮູ້​ວ່າ​ລັນ​ໂປຼແກຼມ​ຫຍັງ​ຢູ່

ປ ລ. ລະບົບ​ແຈ້ງ​ທີ່​ຢູ່​ດ້ວຍ Google Map ຍັງ​ບໍ່​ແນ່ເທົ່າ​ໃດ ເພາະ​ຈະ​ເອົາ​ທີ່​ຢູ່​ຈາກ ເຄືອ​ຂ່າຍ Network ທີ່​ມັນ​ຕໍ່​ຢູ່ ຈຶ່ງ​ເຮັດ​ໄດ້ພຽງເເຕ່ໃກ້​ຄຽງ​ເທົ່າ​ນັ້ນ

ດາວໂຫລດໂປຼເເກຼມ: http://preyproject.com

Credit: www.souliyo.com